TimeMint Application ບັນທຶກເວລາເຮັດວຽກສຳລັບພະນັກງານ ເປີດໂຕ TimeMint Laos ສຳລັບຜູ້ໃຊ້ແອັປໃນປະເທດລາວ ສາມາດໃຊ້ TimeMint ໄດ້ແລ້ວພ້ອມກັບທີມງານຄຸນະພາບທີ່ຖ້າໃຫ້ບໍລິການແລະຄຳແນະນຳສຳລັບລູກຄ້າໃນ ສປປ ລາວ

TimeMint ຂະຫຍາຍຕະຫຼາດຜູ້ໃຊ້ແອັປໃນເຂດປະເທດເພື່ອນບ້ານຄື ສປປ ລາວ ໂດຍແອັປພິເຄຊັ່ນບັນທຶກເວລາເຮັດວຽກຜ່ານໂທລະສັບສະມາດໂຟນ ໂດຍມີໂຕແທນຈຳໜ່າຍຢ່າງເປັນທາງການແລ້ວຄື ບໍລິສັດ Knowlage Sole Co.,Ltd. ເຊິ່ງດຳເນີນການເປັນຜູ້ໃຫ້ບໍລິການເວັບໄຊທ 108.jobs ສຳລັບປະກາດຫາພະນັກງານຂອງປະເທດລາວ ໂດຍຕ້ອງການເອົາແອັປພິເຄຊັ່ນ TimeMint ມານຳສະເໜີໃຫ້ກັບລູກຄ້າ ອົງກອນ ບໍລິສັດທຸລະກິດ ເພື່ອຕອບໂຈດໃນເລື່ອງຂອງການຈັດການເວລາພະນັກງານ ແລະ ການຮວບຮວມການບັນທຶກເວລາຂອງພະນັງານໃນປະເທດລາວ ແລະ ຍັງເປັນການໃຊ້ເຕັກໂນໂລຊີໃນການເຮັດວຽກໃຫ້ເກີດຜົນປະໂຫຍດຫຼາຍທີ່ສຸດ

TimeMint  ບໍ່ແມ່ນພຽງແຕ່ແອັປພິເຄຊັ່ນສຳລັບບັນທຶກເວລາເຮັດວຽກເທົ່ານັ້ນ ແຕ່ຍັງຊ່ວຍວຽກຝ່າຍບຸກຄະລາກອນໃຫ້ມີຄວາມວ່ອງໄວແລະຖືກຕ້ອງຫຼາຍຍິ່ງຂຶ້ນ ໂດຍລະບົບການຮວບຮວມເວລາອອນລາຍຈາກທຸກການບັນທຶກເວລາຂອງ TimeMint ໃນລະບົບດຽວກັນ ບໍ່ວ່າຈະເປັນການລົງບັນທຶກເວລາດ້ວຍແອັປພິເຄຊັ່ນໃນມືຖື ການບັນທຶກເວລາຜ່ານເຄື່ອງອ່ານລາຍນິ້ວມືທີ່ເຊື່ອມຕໍ່ກັບຄອມພິວເຕີ ນອກນີ້ລະບົບຍັງຖືກອອກແບບມາເພື່ອໃຫ້ຝ່າຍບຸກຄະລາກອນໄດ້ນຳຂໍ້ມູນມາໃຊ້ໃນວຽກການຄິດໄລ່ເງິນເດືອນພະນັກງານໄດ້ຢ່າງສະດວກແລະປະຢັດເວລາ ນອກຈາກການເປັນສູນລວມດ້ານຂ້ມູນການບັນທຶກເວລາເຮັດວຽກແລ້ວ

 

TimeMint  ຍັງມີສ່ວນໃນການເຮັດວຽກທີ່ຄອບຄຸມໃນດ້ານການໃຊ້ຟັງຊັ່ນການລາພັກທຸກຮູບແບບ ແລະ ການຂໍໂອທີ ຜ່ານແອັປພິເຄຊັ່ນເທິງມືຖືທີ່ຫລຸດຄ່າໃຊ້ຈ່າຍການຊື້ເຈ້ຍແລະເພີ່ມປະສິດທິພາບ ແລະ ຄວາມໂ່ປ່ງໃສຜ່ານລະບົບການແຈ້ງເຕືອນເມື່ອພະນັກງານຂໍການລາພັກໄປຫາຫົວໜ້າ ຫຼື ຝ່າຍບຸກຄະລາກອນເພື່ອອະນຸມັດການລາພັກ ຜ່ານແອັປພິເຄຊັ່ນໄດ້ທັນທີທັນ

ນອກຈາກນີ້ TimeMint ຍັງສາມາດເຊື່ອມຕໍ່ກັບ Application LINE ເພື່ອແຈ້ງເຕືອນເມື່ອພະນັກງານບັນທຶກເວລາເຂົ້າອອກຕາມສະຖານທີ່ຕ່າງໆ ທີ່ທ່ານຈະຮັບຮູ້ ສະຖານທີ່ທີ່ພະນັກງານໄປປະຕິບັດວຽກ ແລະ ຮູບຖ່າຍທີ່ພະນັກງານໄດ້ບັນທຶກເວລາ ລວມເຖິງຂໍ້ມູນສະຫຼຸບຂອງຄົນທີ່ເຂົ້າວຽກໃນແຕ່ລະກຸ່ມພະນັກງານໄດ້ອີກ

ສຳລັບຕະຫຼາດຜູ້ໃຊ້ TimeMint ໃນ ສປປ ລາວ ໄດ້ຮັບຄວາມສົນໃຈຈາກທຸລະກິດຫ້າງຮ້ານເປັນຢ່າງດີ ເພາະດ້ວຍ ວັດທະນະທຳທັງໄທແລະລາວ ທີ່ມີຄ້າຍຄືກັນຫຼາຍ ເຮັດໃຫ້ຜູ້ໃຊ້ສາມາດໃຊ້ໄດ້ສະດວກ ເຂົ້າໃຈເຖິງລະບົບກົນໄກ ແລະ ຫຼັກການໃຊ້ໄດ້ຢ່າງງ່າຍດາຍ

ຖ້າທ່ານເປັນອັງກອນທີ່ເຮັດທຸລະກຳທຸກະກິດໃນປະເທດລາວແລະຕ້ອງການລະບົບຮວບຮວມເວລາບັນທຶກເຂົ້າອອກຂອງພະນັກງານ ເພື່ອໃຫ້ສະດວກໃນການຄິດໄລ່ເງິນເດືອນ ຫຼື ຄ່າຈ້າງໃຫ້ກັບພະນັກງານ ຕ້ອງການຂໍ້ມູນຫຼືຕ້ອງການໃຊ້ແອັປພິເຄຊັ່ນ TimeMint ສາມາດຕິດຕໍ່ກັບ TimeMint Laos ໄດ້ທີ່ເບີ +85620 23300500 ຫຼື 54129234

ຂໍ້ມູນເພີ່ມຕື່ມສາມາດຕິດຕາມໄດ້ທີ່ https://www.timemint.la

Leave a Reply

Your email address will not be published.