TimeMint Application ບັນທຶກເວລາເຮັດວຽກສຳລັບພະນັກງານ ເປີດໂຕ TimeMint Laos ສຳລັບຜູ້ໃຊ້ແອັປໃນປະເທດລາວ ສາມາດໃຊ້ TimeMint

TimeMint Application ບັນທຶກເວລາເຮັດວຽກສຳລັບພະນັກງານ ເປີດໂຕ TimeMint Laos ສຳລັບຜູ້ໃຊ້ແອັປໃນປະເທດລາວ ສາມາດໃຊ້ TimeMint ໄດ້ແລ້ວພ້ອມກັບທີມງານຄຸນະພາບທີ່ຖ້າໃຫ້ບໍລິການແລະຄຳແນະນຳສຳລັບລູກຄ້າໃນ ສປປ ລາວ TimeMint ຂະຫຍາຍຕະຫຼາດຜູ້ໃຊ້ແອັປໃນເຂດປະເທດເພື່ອນບ້ານຄື ສປປ ລາວ ໂດຍແອັປພິເຄຊັ່ນບັນທຶກເວລາເຮັດວຽກຜ່ານໂທລະສັບສະມາດໂຟນ ໂດຍມີໂຕແທນຈຳໜ່າຍຢ່າງເປັນທາງການແລ້ວຄື ບໍລິສັດ Knowlage Sole Co.,Ltd. ເຊິ່ງດຳເນີນການເປັນຜູ້ໃຫ້ບໍລິການເວັບໄຊທ 108.jobs ສຳລັບປະກາດຫາພະນັກງານຂອງປະເທດລາວ ໂດຍຕ້ອງການເອົາແອັປພິເຄຊັ່ນ TimeMint ມານຳສະເໜີໃຫ້ກັບລູກຄ້າ ອົງກອນ ບໍລິສັດທຸລະກິດ ເພື່ອຕອບໂຈດໃນເລື່ອງຂອງການຈັດການເວລາພະນັກງານ ແລະ ການຮວບຮວມການບັນທຶກເວລາຂອງພະນັງານໃນປະເທດລາວ ແລະ ຍັງເປັນການໃຊ້ເຕັກໂນໂລຊີໃນການເຮັດວຽກໃຫ້ເກີດຜົນປະໂຫຍດຫຼາຍທີ່ສຸດ TimeMint ບໍ່ແມ່ນພຽງແຕ່ແອັປພິເຄຊັ່ນສຳລັບບັນທຶກເວລາເຮັດວຽກເທົ່ານັ້ນ ແຕ່ຍັງຊ່ວຍວຽກຝ່າຍບຸກຄະລາກອນໃຫ້ມີຄວາມວ່ອງໄວແລະຖືກຕ້ອງຫຼາຍຍິ່ງຂຶ້ນ ໂດຍລະບົບການຮວບຮວມເວລາອອນລາຍຈາກທຸກການບັນທຶກເວລາຂອງ TimeMint ໃນລະບົບດຽວກັນ ບໍ່ວ່າຈະເປັນການລົງບັນທຶກເວລາດ້ວຍແອັປພິເຄຊັ່ນໃນມືຖື ການບັນທຶກເວລາຜ່ານເຄື່ອງອ່ານລາຍນິ້ວມືທີ່ເຊື່ອມຕໍ່ກັບຄອມພິວເຕີ ນອກນີ້ລະບົບຍັງຖືກອອກແບບມາເພື່ອໃຫ້ຝ່າຍບຸກຄະລາກອນໄດ້ນຳຂໍ້ມູນມາໃຊ້ໃນວຽກການຄິດໄລ່ເງິນເດືອນພະນັກງານໄດ້ຢ່າງສະດວກແລະປະຢັດເວລາ ນອກຈາກການເປັນສູນລວມດ້ານຂ້ມູນການບັນທຶກເວລາເຮັດວຽກແລ້ວ TimeMint ຍັງມີສ່ວນໃນການເຮັດວຽກທີ່ຄອບຄຸມໃນດ້ານການໃຊ້ຟັງຊັ່ນການລາພັກທຸກຮູບແບບ ແລະ ການຂໍໂອທີ ຜ່ານແອັປພິເຄຊັ່ນເທິງມືຖືທີ່ຫລຸດຄ່າໃຊ້ຈ່າຍການຊື້ເຈ້ຍແລະເພີ່ມປະສິດທິພາບ ແລະ ຄວາມໂ່ປ່ງໃສຜ່ານລະບົບການແຈ້ງເຕືອນເມື່ອພະນັກງານຂໍການລາພັກໄປຫາຫົວໜ້າ ຫຼື ຝ່າຍບຸກຄະລາກອນເພື່ອອະນຸມັດການລາພັກ […]